lo_jer_text_ulb_l3/13/25.txt

1 line
1.4 KiB
Plaintext

\v 25 ນີ້ເປັນສ່ວນທີ່ເຮົາໄດ້ຕວງອອກໃຫ້ແກ່ພວກເຈົ້າ, ສ່ວນທີ່ເຮົາໄດ້ມອບໃຫ້ແກ່ເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ—ເພາະເຈົ້າໄດ້ລືມເຮົາເສຍ ແລະໄວ້ວາງໃຈໃນການຂີ້ຕົວະ. \v 26 ສະນັ້ນ ເຮົາເອງຈະແກ້ເສື້ອຄຸມຂອງພວກເຈົ້າມາປົກຫນ້າພວກເຈົ້າ, ແລະສ່ວນທີ່ສ່ວນຕົວຂອງເຈົ້າຈະຖືກເປີດເຜີຍ. \v 27 ເຮົາໄດ້ເຫັນການລ່ວງປະເວນີ ແລະ ຄວາມກຳນັດ ແລະຄວາມຊົ່ວຮ້າຍຂອງການເປັນໂສເພນີຂອງພວກເຈົ້າ, ເທິງໂນນພູທັງຫລາຍ ແລະໃນທົ່ງນາ ແລະເຮົາໄດ້ເຫັນທີ່ຫນ້າກຽດຊັງເຫລົ່ານີ້! ວິບັດແກ່ເຈົ້າ, ນະຄອນເຢຣູຊາເລັມເອີຍ! ອີກດົນຈັກເທົ່າໃດກ່ອນທີ່ເຈົ້າຈະຍອມເຮັດໃຫ້ພວກເຈົ້າສະອາດໄດ້ອີກ?”