lo_jer_text_ulb_l3/13/12.txt

1 line
1.7 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 12 ສະນັ້ນ ເຈົ້າຈົ່ງກ່າວຖ້ອຍຄຳນີ້ແກ່ພວກເຂົາ, ‘ພຣະຢາເວພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ໄຫເຫລົ້າອະງຸ່ນທຸກຫນ່ວຍຈະເຕັມດ້ວຍເຫລົ້າອະງຸ່ນ. ພວກເຂົາທັງຫລາຍຈະເວົ້າກັບເຈົ້າວ່າ, ‘ພວກເຮົາບໍ່ຮູ້ບໍແທ້ໆ ຫລືວ່າໄຫທຸກຫນ່ວຍຈະຕ້ອງເຕັມດ້ວຍເຫລົ້າອະງູ່ນ? \v 13 ດັ່ງນັ້ນຈົ່ງເວົ້າກັບພວກເຂົາວ່າ, ‘ພຣະຢາເວກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະໃຫ້ຊາວແຜ່ນດິນນີ້ທັງຫມົດເຕັມໄປດ້ວຍຄວາມມືນເມົາ, ຄືກະສັດທັງຫລາຍຜູ້ປະທັບເທິງບັນລັງຂອງດາວິດ, ພວກປະໂລຫິດ, ພວກຜູ້ປະກາດພຣະທັມ, ແລະຊາວນະຄອນເຢຣູຊາເລັມທັງຫມົດ. \v 14 ແລ້ວພຣະຢາເວຈະໂຍນພວກເຂົາໃຫ້ຕຳກັນ, ພວກພໍ່ຕຳກັບພວກລູກ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາຈະບໍ່ສົງສານ, ຫລືມີຄວາມເມດຕາ ແລະຫລືເຮົາຈະບໍ່ສະຫງວນພວກເຂົາຈາກການທຳລາຍ.’”