lo_jer_text_ulb_l3/13/01.txt

1 line
1.2 KiB
Plaintext

\c 13 \v 1 ພຣະຢາເວຊົງກ່າວແກ່ຂ້ານ້ອຍດ້ວຍວ່າ, “ຈົ່ງໄປແລະຊື້ຜ້າປ່ານຄາດແອວມາຜືນຫນຶ່ງ ແລະໃຫ້ຄາດແອວຂອງເຈົ້າໄວ້, ແຕ່ຢ່າຈຸ່ມນ້ຳກ່ອນ.” \v 2 ດັ່ງນັ້ນ ຂ້ານ້ອຍຈຶ່ງໄດ້ຊື້ຜ້າຄາດແອວຜືນຫນຶ່ງຕາມພຣະທັມຂອງພຣະຢາເວ ແລະຄາດແອວຂອງຂ້ານ້ອຍໄວ້. \v 3 ແລ້ວພຣະທັມຂອງພຣະຢາເວມາເຖິງຂ້ານ້ອຍເທື່ອທີສອງ, ກ່າວວ່າ, \v 4 “ຈົ່ງເອົາຜ້າຄາດແອວຊຶ່ງເຈົ້າໄດ້ຊື້ມາ ຊຶ່ງໄດ້ຄາດຢູ່ທີ່ແອວຂອງເຈົ້າ, ຈົ່ງລຸກຂຶ້ນແລະເດີນທາງໄປຍັງແມ່ນ້ຳເອຟຣາດ. ແລ້ວເຊື່ອງຜ້ານັ້ນໄວ້ໃນຫລືບຫີນແຫ່ງຫນຶ່ງ.”