lo_jer_text_ulb_l3/12/14.txt

1 line
1.2 KiB
Plaintext

\v 14 ພຣະຢາເວກ່າວດັ່ງນີ້ ຕໍ່ເພື່ອນບ້ານຂອງເຮົາ, ຄົນທີ່ຊົ່ວຮ້າຍໄດ້ແຕະຕ້ອງມໍຣະດົກຊຶ່ງເຮົາໄດ້ໃຫ້ອິດສະຣາເອນ ປະຊາຊົນຂອງເຮົາສືບມໍຣະດົກນັ້ນວ່າ, “ເບິ່ງແມ, ເຮົາເປັນຜູ້ທີ່ຈະຖອນພວກເຂົາທັງຫລາຍ ຂຶ້ນຈາກແຜ່ນດິນຂອງພວກເຂົາ, ແລະເຮົາຈະຖອນເຊື້ອສາຍຢູດາຈາກທ່າມກາງພວກເຂົາ. \v 15 ແລ້ວຫລັງຈາກທີ່ເຮົາໄດ້ຖອນບັນດາປະຊາຊາດເຫລົ່ານັ້ນຂຶ້ນແລ້ວ, ສິ່ງນີ້ຈະເກີດຂຶ້ນທີ່ເຮົາຈະກັບມີຄວາມເມດຕາຕໍ່ພວກເຂົາອີກ; ເຮົາຈະນຳພວກເຂົາມາ—ແຕ່ລະຄົນມາຍັງມໍຣະດົກຂອງຕົນ ແລະ ແຜ່ນດິນຂອງຕົນ.