lo_jer_text_ulb_l3/12/10.txt

1 line
929 B
Plaintext

\v 10 ຜູ້ລ້ຽງແກະເປັນຈຳນວນຫລາຍໄດ້ທຳລາຍສວນອະງຸ່ນຂອງເຮົາ. ພວກເຂົາໄດ້ຢຽບຢ່ຳແຜ່ນດິນສວນຂອງເຮົາລົງ; ພວກເຂົາໄດ້ເຮັດໃຫ້ສວນທີ່ເຮົາພໍໃຈ ໃຫ້ກາຍເປັນຖິ່ນແຫ້ງແລ້ງກັນດານທີ່ຮົກຮ້າງ. \v 11 ພວກເຂົາໄດ້ເຮັດສວນຂອງເຮົາໃຫ້ຮົກຮ້າງ. ເຮົາໂສກເສົ້າສຳລັບນາງ; ນາງໄດ້ຖືກປະໃຫ້ຮົກຮ້າງ. ແຜ່ນດິນທັງຫມົດກໍຖືກຖິ້ມໃຫ້ຮົກຮ້າງ, ເພາະທີ່ນັ້ນບໍ່ມີຜູ້ໃດເອົາໃຈໃສ່ເລື່ອງນັ້ນ.