lo_jer_text_ulb_l3/12/03.txt

1 line
1.3 KiB
Plaintext

\v 3 ຂ້າແດ່ພຣະຢາເວ, ແຕ່ພຣະອົງຊົງຮູ້ຈັກຂ້ານ້ອຍ. ພຣະອົງຊົງທອດພະເນດເຫັນຂ້ານ້ອຍ ແລະຊົງທົດລອງຄວາມຄິດຂອງຂ້ານ້ອຍທີ່ມີຕໍ່ພຣະອົງ. ຂໍຊົງຍົກພວກເຂົາອອກມາເຫມືອນແກະສຳລັບການຂ້າ, ແລະຕັ້ງພວກເຂົາໄວ້ຕ່າງຫາກເພື່ອມື້ຂ້າ. \v 4 ແຜ່ນດິນນີ້ຈະແຫ້ງແລ້ງໄປດົນເທົ່າໃດ, ແລະຜັກຫຍ້າຕາມທົ່ງນາທຸກແຫ່ງຈະຫ່ຽວແຫ້ງໄປເພາະຄວາມຊົ່ວຮ້າຍຂອງຜູ້ອາໄສຢູ່ໃນນັ້ນອີກດົນເທົ່າໃດ? ບັນດາສັດປ່າ ແລະນົກກໍໄດ້ຖືກກວາດໄປຫມົດສິ້ນ. ຄວາມຈິງແລ້ວ, ປະຊາຊົນກ່າວວ່າ, “ພຣະເຈົ້າບໍ່ຮູ້ວ່າຈະມີອັນໃດເກີດຂຶ້ນກັບພວກເຮົາທັງຫລາຍ.”