lo_jer_text_ulb_l3/12/01.txt

1 line
1002 B
Plaintext

\c 12 \v 1 ຂ້າແຕ່ພຣະຢາເວ, ພຣະອົງກໍຊົງຊອບທຳ, ເມື່ອຂ້ານ້ອຍສູ້ຄະດີກັບພຣະອົງ. ຂ້ານ້ອຍຈະຕ້ອງຂໍສະເຫນີ ເຫດຜົນທີ່ຈະຮ້ອງທຸກຕໍ່ພຣະອົງຢ່າງແນ່ນອນ: ເຫດໃດທາງຂອງຄົນຊົ່ວຈຶ່ງຈະປະສົບຄວາມສຳເລັດ? ປະຊາຊົນທຸກຄົນທີ່ບໍ່ສັດຊື່ກໍປະສົບຜົນສຳເລັດ. \v 2 ພຣະອົງໄດ້ຊົງປູກພວກເຂົາທັງຫລາຍ ແລະພວກເຂົາກໍຢັ່ງຮາກລົງ. ພວກເຂົາງອກງາມຂຶ້ນ ແລະເກີດຜົນ. ພຣະອົງຊົງຢູ່ໃກ້ປາກຂອງພວກເຂົາ, ແຕ່ໄກຈາກໃຈຂອງພວກເຂົາ.