lo_jer_text_ulb_l3/11/18.txt

1 line
1.7 KiB
Plaintext

\v 18 ພຣະຢາເວຊົງສະແດງແກ່ຂ້ານ້ອຍໃຫ້ກໍຮູ້ເຖິງສິ່ງເຫລົ່ານີ້ ດັ່ງນັ້ນຂ້ານ້ອຍຮູ້ຈັກພວກເຂົາ. ພຣະອົງຊົງ, ພຣະຢາເວໄດ້ຊົງສະແດງໃຫ້ຂ້ານ້ອຍໄດ້ເຫັນການກະທຳທັງຫລາຍຂອງພວກເຂົາ. \v 19 ຂ້ານ້ອຍເປັນເຫມືອນລູກແກະຂຸ້ນໆໂຕຫນຶ່ງ ຊຶ່ງຖືກພາມາເຖິງບ່ອນຂ້າ. ຂ້ານ້ອຍບໍ່ໄດ້ຮູ້ເລີຍວ່າ ພວກເຂົາໄດ້ວາງແຜນການຕໍ່ສູ້ຂ້ານ້ອຍເອງ, ໂດຍກ່າວວ່າ, “ໃຫ້ເຮົາທຳລາຍຕົ້ນໄມ້ກັບຜົນຂອງມັນເສຍ! ໃຫ້ເຮົາຕັດລາວອອກເສຍຈາກແຜ່ນດິນຂອງຄົນເປັນ ເພື່ອຊື່ຂອງລາວຈະບໍ່ເປັນທີ່ລະນຶກເຖິງອີກເລີຍ.” \v 20 ແຕ່ວ່າ ຂ້າແດ່ພຣະຢາເວຈອມໂຍທາ ຜູ້ຊົງພິພາກສາຢ່າງຊອບທຳ ຜູ້ຊົງທົດລອງເບິ່ງທັງຄວາມຄິດ ແລະຈິດໃຈ. ຂ້ານ້ອຍໄດ້ເປັນພະຍານການແກ້ແຄ້ນຂອງພຣະອົງ ແກ່ພວກເຂົາ, ເພາະຂ້ານ້ອຍໄດ້ມອບເລື່ອງຂອງຂ້ານ້ອຍໄວ້ກັບພຣະອົງແລ້ວ.