lo_jer_text_ulb_l3/11/14.txt

1 line
1.6 KiB
Plaintext

\v 14 ດັ່ງນັ້ນ ຕົວເຈົ້າເອງ, ເຢເຣມີຢາເອີຍ, ຈະຕ້ອງບໍ່ອ້ອນວອນເພື່ອປະຊາຊົນເຫລົ່ານີ້. ເຈົ້າຢ່າໄດ້ວິງວອນ ຫລື ອະທິຖານເພື່ອພວກເຂົາ ເພາະເຮົາຈະບໍ່ຟັງ ໃນເວລາໄພພິບັດມາເຖິງພວກເຂົາ. \v 15 ເປັນຫຍັງຜູ້ເປັນທີ່ຮັກຂອງເຮົາ, ຄົນທີ່ໄດ້ເຮັດຄວາມຊົ່ວຮ້າຍຫລວງຫລາຍ, ມາຢູ່ໃນວິຫານຂອງເຮົາ? ຊີ້ນສັດທີ່ບະບົນດ້ວຍການເຜົາບູຊາ ຂອງພວກເຈົ້າບໍ່ສາມາດຈະຊ່ວຍພວກເຈົ້າໄດ້. ພວກເຈົ້າຍິນດີເພາະການກະທຳທັງຫລາຍທີ່ຊົ່ວຮ້າຍຂອງພວກເຈົ້າ. \v 16 ໃນອະດີດພຣະຢາເວໄດ້ຊົງເຄີຍເອີ້ນພວກເຈົ້າວ່າ ຕົ້ນກອກໃບຂຽວສົດ, ທີ່ງົດງາມດ້ວຍຫມາກຜົນທີ່ຫນ້າຮັກ, ແຕ່ພຣະອົງຈະຊົງກໍ່ໄຟເຜົາມັນທີ່ຈະມີສຽງດັງຢ່າງສະຫນັ່ນຂອງສຽງພາຍຸ; ແລະງ່າທັງຫລາຍຂອງມັນແຕກຫັກຫມົດ.