lo_jer_text_ulb_l3/11/11.txt

1 line
1.8 KiB
Plaintext

\v 11 ດັ່ງນັ້ນ ພຣະຢາເວຈຶ່ງຕັກເຕືອນດັ່ງນີ້ວ່າ, ‘ເບິ່ງແມ, ເຮົາຈະນຳໄພພິບັດ ຈາກບ່ອນທີ່ພວກເຂົາບໍ່ສາມາດຫນີພົ້ນໄດ້, ແລ້ວພວກເຂົາຈະຮ້ອງຂໍໃຫ້ເຮົາຊ່ວຍເຫລືອ, ແຕ່ເຮົາຈະບໍ່ຟັງພວກເຂົາ. \v 12 ບັນດາເມືອງຕ່າງໆຂອງຢູດາ ແລະບັນດາຜູ້ທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ ກໍຈະໄປຮ້ອງໄຫ້ຂໍຄວາມຊ່ວຍເຫລືອຈາກພະອື່ນໆທັງຫລາຍ ທີ່ພວກເຂົາຖວາຍບູຊາ, ແຕ່ແນ່ນອນທີດຽວວ່າພະເຫລົ່ານັ້ນຈະຊ່ວຍພວກເຂົາໃນເວລາຍາກລຳບາກຂອງພວກເຂົາບໍ່ໄດ້ເລີຍ. \v 13 ສຳລັບພວກເຈົ້າຢູດາເອີຍ, ບັນດາພະທັງຫລາຍຂອງເຈົ້າໄດ້ເພີ່ມຂຶ້ນຫລາຍເທົ່າກັບບັນດາເມືອງຂອງພວກເຈົ້າ. ພວກເຈົ້າໄດ້ກໍຕັ້ງແທ່ນບູຊາຖວາຍສິ່ງທີ່ຫນ້າອັບອາຍ, ຈຳນວນຫລວງຫລາຍໃນນະຄອນເຢຣູຊາເລັມ, ຄືແທ່ນສຳລັບເຜົາເຄື່ອງຫອມຖວາຍແກ່ພະບາອານ, ຫລາຍທໍ່ກັບ ຫົນທາງຕ່າງໆໃນເມືອງນັ້ນ.