lo_jer_text_ulb_l3/11/09.txt

1 line
1.1 KiB
Plaintext

\v 9 ຕໍ່ມາ ພຣະຢາເວຊົງກ່າວກັບຂ້ານ້ອຍວ່າ, “ມີການສົມຄົບຄິດກະບົດທ່າມກາງເຫລົ່າຄົນຢູດາ ແລະບັນດາຜູ້ທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ. \v 10 ພວກເຂົາຫັນກັບຄືນໄປຫາຄວາມຜິດບາບຂອງບັນພະບູລຸດຮູ່ນທຳອິດຂອງພວກເຂົາ, ຜູ້ທີ່ບໍ່ຍອມເຮັດຕາມຖ້ອຍຄຳຂອງເຮົາ, ຜູ້ທີ່ໄດ້ຕິດຕາມຂາບໄຫວ້ພະອື່ນໆ ໄປເພື່ອບົວລະບັດພະເຫລົ່ານັ້ນ. ເຊື້ອສາຍຂອງອິດສະຣາເອນ ແລະເຊື້ອສາຍຂອງຢູດາໄດ້ຫັກພັນທະສັນຍາຂອງເຮົາ ທີ່ໄດ້ເຮັດກັບບັນພະບູລຸດຂອງພວກເຂົາ.