lo_jer_text_ulb_l3/11/06.txt

1 line
1.7 KiB
Plaintext

\v 6 ພຣະຢາເວໄດ້ກ່າວກັບຂ້ານ້ອຍວ່າ, “ຈົ່ງປ່າວປະກາດເຖີງສິ່ງທັງຫມົດເຫລົ່ານີ້ໃນເມືອງຕ່າງໆຂອງຢູດາ ແລະຕາມຫົນທາງຕ່າງໆໃນນະຄອນເຢຣູຊາເລັມ. ຈົ່ງປະກາດວ່າ, ‘ຈົ່ງຟັງບັນດາຖ້ອຍຄຳແຫ່ງພັນທະສັນຍານີ້ ແລະໃຫ້ປະພຶດຕາມ. \v 7 ເພາະເຮົາໄດ້ກ່າວຕັກເຕືອນຢ່າງເດັດຂາດຕໍ່ບັນດາບັນພະບູລຸດຂອງພວກເຈົ້າ ຈາກມື້ນັ້ນທີ່ເຮົາໄດ້ນຳພວກເຂົາອອກຈາກເອຢິບ ຈົນມາເຖິງທຸກມື້ນີ້, ຕັກເຕືອນພວກເຂົາຊໍ້າແລ້ວຊໍ້າອີກ ແລະກ່າວວ່າ, “ຈົ່ງຟັງສຽງຂອງເຮົາ.’” \v 8 ແຕ່ພວກເຂົາທຸກຄົນບໍ່ເຊື່ອຟັງ ຫລືງ່ຽງຫູຟັງ. ແຕ່ລະຄົນກໍ່ດຳເນີນຕາມຄວາມດື້ດ້ານແຫ່ງຈິດໃຈອັນຊົ່ວຮ້າຍຂອງພວກເຂົາ. ດັ່ງນັ້ນ ເຮົາຈຶ່ງນຳຄຳສາບແຊ່ງທຸກສິ່ງ ຕາມພັນທະສັນຍານີ້ທີ່ເຮົາໄດ້ບັນຊາ ມາຕົກເທີງພວກເຂົາ. ແຕ່ປະຊາຊົນກໍ່ບໍ່ໄດ້ເຊື່ອຟັງ.”