lo_jer_text_ulb_l3/11/03.txt

1 line
2.1 KiB
Plaintext

\v 3 ຈົ່ງກ່າວແກ່ພວກເຂົາວ່າ, ‘ພຣະຢາເວພຣະເຈົ້າຂອງຊາວອິດສະຣາເອນ ກ່າວດັ່ງນີ້ວ່າ: ໃຫ້ຄຳສາບແຊ່ງຕົກຢູ່ກັບຄົນທີ່ບໍ່ເຊື່ອຟັງຖ້ອຍຄຳໃນພັນທະສັນຍານີ້ເທີ້ນ. \v 4 ນີ້ເປັນພັນທະສັນຍາທີ່ເຮົາໄດ້ບັນຊາແກ່ບັນພະບູລຸດຂອງພວກເຈົ້າໃຫ້ຮັກສາ ໃນມື້ທີ່ເຮົາໄດ້ນຳພວກເຂົາອອກມາຈາກແຜ່ນດິນເອຢິບ, ຈາກເຕົາໄຟສຳລັບຫລອມເຫລັກ. ເຮົາໄດ້ບອກແກ່ພວກເຂົາວ່າ, “ຈົ່ງຟັງສຽງຂອງເຮົາ ແລະຈົ່ງເຮັດທຸກຢ່າງທີ່ເຮົາໄດ້ສັ່ງພວກເຈົ້າໄວ້, ເພື່ອພວກເຈົ້າຈະເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ.” \v 5 “ຈົ່ງເຊື່ອຟັງເຮົາ ເພື່ອເຮົາຈະຢືນຢັນຕາມຄຳປະຕິຍານ ຊຶ່ງເຮົາໄດ້ສາບານໄວ້ກັບເຫລົ່າບັນພະບຸລຸດຂອງພວກເຈົ້າ, ຄຳສາບານທີ່ວ່າເຮົາຈະໃຫ້ແຜ່ນດິນຊຶ່ງມີນ້ຳນົມ ແລະນໍ້າເຜີ້ງໄຫລບໍລິບູນແກ່ພວກເຂົາ, ຢ່າງທີ່ພວກເຈົ້າຢູ່ທຸກວັນນີ້.’” ແລ້ວຂ້ານ້ອຍ, ເຢເຣມີຢາ, ຈຶ່ງໄດ້ເວົ້າຕອບແລະໄດ້ກ່າວວ່າ, “ໂດຍຂ້າແດ່ພຣະເຢວາ, ຂ້ານ້ອຍຈະເວົ້າດັ່ງນັ້ນ!”