lo_jer_text_ulb_l3/10/23.txt

1 line
1.3 KiB
Plaintext

\v 23 ຂ້າແດ່ພຣະຢາເວ, ຂ້ານ້ອຍຮູ້ແລ້ວວ່າ, ທາງຂອງມະນຸດບໍ່ໄດ້ຂຶ້ນຢູ່ກັບຕົວເຂົາ. ບໍ່ມີບຸກຄົນໃດຈະດຳເນີນໄປໄດ້ໂດຍບາດຍ່າງຂອງຕົນເອງ. \v 24 ຂ້າແດ່ພຣະຢາເວ, ຂໍຊົງໂຜດຕີສອນຂ້ານ້ອຍດ້ວຍຄວາມຍຸດຕິທຳ, ບໍ່ແມ່ນດ້ວຍຄວາມໂກດຮ້າຍຂອງພຣະອົງ ຢ້ານວ່າພຣະອົງຈະຊົງທຳລາຍຂ້ານ້ອຍ. \v 25 ຂໍພຣະອົງຊົງຖອກຄວາມໂກດຮ້າຍຂອງພຣະອົງເຫນືອເຫລົ່າປະຊາຊາດທີ່ບໍ່ຮູ້ຈັກພຣະອົງ ແລະເຫນືອບັນດາຄອບຄົວຜູ້ບໍ່ອອກພຣະນາມຂອງພຣະອົງ. ເພາະພວກເຂົາທັງຫລາຍໄດ້ເຜົາຜານຢາໂຄບ ແລະພວກເຂົາໄດ້ກິນເພິ່ນເສຍ ແລະໄດ້ທຳລາຍເຂົາເສຍ ແລະເຮັດໃຫ້ບ່ອນຢູ່ອາໄສຂອງເພິ່ນຖືກຖິ້ມຮ້າງ.