lo_jer_text_ulb_l3/10/19.txt

1 line
1.0 KiB
Plaintext

\v 19 ວິບັດແກ່ຂ້ານ້ອຍ! ເພາະກະດູກຂອງຂອງຂ້ານ້ອຍແຕກ, ບາດແຜຂອງຂ້ານ້ອຍກໍຕິດເຊື້ອ. ດັ່ງນັ້ນຂ້ານ້ອຍໄດ້ກ່າວວ່າ, “ແທ້ຈິງ ນີ້ເປັນຄວາມທຸກໃຈ ແລະຂ້ານ້ອຍຈະຕ້ອງທົນເອົາ.” \v 20 ເຕັ້ນຂອງຂ້ານ້ອຍກໍຖືກທຳລາຍ ແລະເຊືອກເຕັ້ນຂອງຂ້ານ້ອຍກໍຂາດເປັນສອງຕ່ອນ. ພວກເຂົາໄດ້ນຳເອົາລູກໆຂອງຂ້ານ້ອຍໄປຈາກຂ້ານ້ອຍຫມົດ, ແລະບໍ່ມີພວກເຂົາອີກແລ້ວ. ບໍ່ມີຜູ້ໃດທີ່ຈະກາງເຕັ້ນໃຫ້ຂ້ານ້ອຍອີກ ຫລື ແຂວນຜ້າກັ້ງຂອງຂ້ານ້ອຍໃຫ້.