lo_jer_text_ulb_l3/10/11.txt

1 line
1.3 KiB
Plaintext

\v 11 ພວກເຈົ້າຈົ່ງເວົ້າກັບພວກເຂົາທັງປວງດັ່ງນີ້ວ່າ, “ບັນດາພະຜູ້ທີ່ບໍ່ໄດ້ຊົງສ້າງຟ້າສະຫວັນ ແລະແຜ່ນດິນໂລກຈະພິນາດໄປຈາກແຜ່ນດິນໂລກ ແລະຈາກພາຍໃຕ້ຟ້າສະຫວັນເຫລົ່ານີ້.” \v 12 ແຕ່ພຣະອົງຊົງສ້າງໂລກດ້ວຍລິດເດດຂອງພຣະອົງ, ແລະຊົງສະຖາປະນາໂລກໄວ້ດ້ວຍພຣະສະຕິປັນຍາຂອງພຣະອົງ, ແລະດ້ວຍຄວາມເຂົ້າໃຈຂອງພຣະອົງຊົງຂຶງຟ້າສະຫວັນອອກ. \v 13 ພຣະສຸລະສຽງຂອງພຣະອົງກໍຊົງເຮັດໃຫ້ເກີດສຽງນ້ຳຄະນອງໃນທ້ອງຟ້າ, ແລະພຣະອົງຊົງເຮັດໃຫ້ມີຫມອກລອຍຂຶ້ນຈາກທີ່ສຸດປາຍແຜ່ນດິນ. ພຣະອົງຊົງເຮັດໃຫ້ຟ້າແລບເພື່ອຝົນ ແລະຊົງນຳລົມມາຈາກພຣະຄັງຂອງພຣະອົງ.