lo_jer_text_ulb_l3/10/08.txt

1 line
1.5 KiB
Plaintext

\v 8 ພວກເຂົາເປັນຄືກັນ, ພວກເຂົາເປັນເຫມືອນສັດເດຍລະສານ ແລະໂງ່ຈ້າ, ບັນດາສິດຂອງຮູບເຄົາລົບ ຊຶ່ງບໍ່ມີປະໂຫຍດອັນໃດ ເປັນພຽງໄມ້. \v 9 ພວກເຂົານຳເອົາເຄື່ອງເງິນທຸບດ້ວຍຄ້ອນມາຈາກເມືອງຕາຊິດ, ແລະເອົາທອງຄຳມາຈາກເມືອງອຸຟາດ, ທີ່ເຮັດຂຶ້ນຈາກຜົນງານຂອງຊ່າງສີມື, ແລະເປັນຜົນນໍ້າມືຂອງຊ່າງຕີຄຳ. ເສື້ອຜ້າຂອງຮູບເຄົາລົບນັ້ນສີຄາມ ແລະສີມ່ວງ. ສິ່ງເຫລົ່ານີ້ທັງຫມົດເປັນຜົນງານຂອງຊ່າງຊຳນານ. \v 10 ແຕ່ພຣະຢາເວຊົງເປັນພຣະເຈົ້າອົງທ່ຽງແທ້. ພຣະອົງຊົງເປັນພຣະເຈົ້າຜູ້ຊົງພຣະຊົນ ແລະເປັນພຣະມະຫາກະສັດເນື່ອງນິດ. ເມື່ອຊົງພຣະພິໂລດ ແຜ່ນດິນກໍຫວັ່ນໄຫວ, ແລະບັນດາປະຊາຊາດຈະບໍ່ສາມາດທົນຕໍ່ຄວາມໂກດຮ້າຍຂອງພຣະອົງ.