lo_jer_text_ulb_l3/10/06.txt

1 line
833 B
Plaintext

\v 6 ບໍ່ມີຜູ້ໃດເຫມືອນພຣະອົງເລີຍ, ຂ້າແດ່ພຣະຢາເວ. ພຣະອົງຊົງຍິ່ງໃຫຍ່ ແລະພຣະນາມຂອງພຣະອົງມີຣິດອຳນາດຫລາຍ. \v 7 ຂ້າແດ່ກະສັດແຫ່ງບັນດາປະຊາຊາດ, ຜູ້ໃດຈະບໍ່ຢຳເກງພຣະອົງ? ເພາະພຣະອົງສົມຄວນໄດ້ຮັບຄວາມຢຳເກງ, ເພາະບໍ່ມີຜູ້ໃດເຫມືອນພຣະອົງ ໃນທ່າມກາງບັນດານັກປາດຂອງປະຊາຊາດທັງຫລາຍ ຫລື ໃນບັນດາຣາຊະອານາຈັກທັງຫມົດຂອງພວກເຂົາ.