lo_jer_text_ulb_l3/09/23.txt

1 line
1.0 KiB
Plaintext

\v 23 ພຣະຢາເວກ່າວດັ່ງນີ້ວ່າ, “ຢ່າໃຫ້ຜູ້ມີປັນຍາອວດໃນສະຕິປັນຍາຂອງລາວ, ຫລືຢ່າໃຫ້ຊາຍສະກັນອວດໃນຄວາມເຂັ້ມແຂງຂອງລາວ. ຢ່າໃຫ້ຄົນຮັ່ງມີອວດໃນຄວາມລ້ຳລວຍຂອງລາວ. \v 24 ເພາະຖ້າຜູ້ໃດອວດໃນສິ່ງໃດ, ກໍໃຫ້ເປັນຢ່າງນີ້, ຄືການທີ່ຕົນເຂົ້າໃຈ ແລະ ຮູ້ຈັກເຮົາ ເພາະວ່າເຮົາຄືພຣະຢາເວ, ຜູ້ຊົງສະແດງພັນທະສັນຍາທີ່ສັດຊື່, ຄວາມຍຸດຕິທຳ ແລະຄວາມຊອບທຳໃນໂລກ. ເພາະສິ່ງເຫລົ່ານີ້ແຫລະທີ່ເຮົາພໍໃຈ—ນີ້ເປັນຄຳປະກາດຂອງພຣະຢາເວ.”