lo_jer_text_ulb_l3/09/10.txt

1 line
1.5 KiB
Plaintext

\v 10 ຂ້ານ້ອຍຈະຮ້ອງເພງແຫ່ງການໂສກເສົ້າ ແລະຄວນຄາງສຳລັບພູເຂົາທັງຫລາຍ, ແລະເພງງານສົບຈະຖືກຮ້ອງເພາະທົ່ງຫຍ້າເຫລົ່ານັ້ນ ເພາະວ່າມັນຖືກເຜົາເສຍ. ບໍ່ມີຜູ້ໃດຜ່ານໄປມາ ບໍ່ໄດ້ຍິນສຽງສັດລ້ຽງຮ້ອງ. ທັງນົກໃນອາກາດ ແລະ ສັດໄດ້ຫນີໄປເສຍແລ້ວ. \v 11 ດັ່ງນັ້ນ ເຮົາຈະເຮັດໃຫ້ເຢຣູຊາເລັມເປັນກອງສິ່ງຫັກພັງ, ເປັນບ່ອນຢູ່ຂອງຫມາປ່າ. ເຮົາຈະເຮັດໃຫ້ຫົວເມືອງຕ່າງໆຂອງຢູດາ ເປັນບ່ອນຮ້າງເປົ່າ ບໍ່ມີຄົນອາໄສ.” \v 12 ໃຜເປັນຄົນມີປັນຍາພຽງພໍທີ່ຈະເຂົ້າໃຈຄວາມນີ້ໄດ້? ມີຜູ້ໃດທີ່ປາກຂອງພຣະຢາເວໄດ້ກ່າວແກ່ຕົນ, ແລະລາວຈຶ່ງປະກາດຄວາມນັ້ນໄດ້? ເຫດໃດແຜ່ນດິນຈຶ່ງພັງທະລາຍ ແລະຖືກເຜົາເສຍເຫມືອນຖິ່ນແຫ້ງແລ້ງກັນດານທີ່ບໍ່ມີໃຜຜ່ານໄປມາ?