lo_jer_text_ulb_l3/09/07.txt

1 line
1.2 KiB
Plaintext

\v 7 ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ, “ເບິ່ງແມ, ເຮົາຈະຫລອມພວກເຂົາ ແລະທົດລອງພວກເຂົາ, ເຮົາຈະເຮັດຢ່າງອື່ນໄດ້ແນວໃດ, ເພາະວ່າພວກເຂົາເປັນໄພ່ພົນຂອງເຮົາ? \v 8 ລີ້ນຂອງພວກເຂົາຄົມເຫມືອນລູກທະນູ; ພວກເຂົາເວົ້າໃນສິ່ງທີ່ບໍ່ສັດຊື່. ດ້ວຍປາກທັງຫລາຍຂອງພວກເຂົາ ພວກເຂົາກ່າວເລື່ອງສັນຕິກັບເພື່ອນບ້ານຂອງຕົນ, ແຕ່ໃນໃຈຂອງພວກເຂົາໄດ້ວາງແຜນການຄອຍຖ້າດັກຢູ່. \v 9 ຄວນທີ່ເຮົາຈະບໍ່ລົງໂທດພວກເຂົາ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະບໍ່ຄວນ ຫລືທີ່ເຮົາຈະແກ້ແຄ້ນຊົນຊາດທີ່ເປັນຢ່າງນີ້?