lo_jer_text_ulb_l3/09/04.txt

1 line
1.2 KiB
Plaintext

\v 4 ຂໍໃຫ້ພວກເຈົ້າ, ແຕ່ລະຄົນລະວັງເພື່ອນບ້ານຂອງຕົນ ແລະຢ່າວາງໃຈໃນພີ່ນ້ອງຄົນໃດເລີຍ. ເພາະວ່າພີ່ນ້ອງທຸກຄົນຈະເປັນຄົນຫລອກລວງ, ແລະເພື່ອນບ້ານທຸກຄົນຈະທຽວໄປເປັນຄົນນິນທາໃສ່ຮ້າຍຜູ້ອື່ນ. \v 5 ແຕ່ລະຄົນຈະຫລອກລວງເພື່ອນບ້ານຂອງຕົນ ແລະບໍ່ມີໃຜຈະເວົ້າຄວາມຈິງຈັກຄົນດຽວ. ບັນດາລີ້ນຂອງພວກເຂົາສອນໃຫ້ເວົ້າຂີ້ຕົວະ. ພວກເຂົາເມື່ອຍລ້າໃນການເຮັດຄວາມຊົ່ວຊ້າ. \v 6 ພວກເຈົ້າອາໄສຢູ່ທ່າມກາງການຫລອກລວງ; ໃນທ່າມກາງການຫລອກລວງຂອງພວກເຂົາ ປະຕິເສດທີ່ຈະຮູ້ຈັກເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ.”