lo_jer_text_ulb_l3/08/01.txt

1 line
1.9 KiB
Plaintext

\c 8 \v 1 “ໃນເທື່ອນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ພວກເຂົາຈະນຳກະດູກຂອງບັນດາກະສັດຢູດາ ແລະກະດູກພວກເຈົ້ານາຍທັງຫລາຍຂອງຢູດາ, ກະດູກປະໂລຫິດ ແລະກະດູກຜູ້ປະກາດພຣະທັມ, ແລະກະດູກທັງຫລາຍຂອງຊາວເມືອງເຢຣູຊາເລັມມາຈາກອຸບໂມງຝັງສົບ. \v 2 ແລ້ວພວກເຂົາຈະກະຈາຍກະດູກເຫລົ່ານັ້ນ ອອກຕໍ່ຫນ້າດວງຕາເວັນ ແລະດວງເດືອນ ແລະດວງດາວທັງຫມົດໃນທ້ອງຟ້າ; ສິ່ງຕ່າງໆໃນທ້ອງຟ້າເຫລົ່ານີ້ທີ່ພວກເຂົາຕິດຕາມ ແລະ ບົວລະບັດ, ຊຶ່ງພວກເຂົາໄດ້ຕິດຕາມ ແລະໄດ້ສະແຫວງຫາ, ແລະທີ່ພວກເຂົາໄດ້ນະມັດສະການ. ກະດູກເຫລົ່ານີ້ຈະບໍ່ມີໃຜຮວບຮວມ ຫລືຝັງອີກເທື່ອ. ພວກເຂົາຈະເປັນເຫມືອນຂີ້ສັດຢູ່ຕາມພື້ນດິນ. \v 3 ຕາມສະຖານທີ່ທັງຫມົດທີ່ເຮົາໄດ້ຂັບໄລ່ພວກເຂົາໄປ, ພວກເຂົາຈະເລືອກເອົາຄວາມຕາຍ ແທນທີ່ຈະເລືອກເອົາມີຊີວິດສຳລັບພວກເຂົາ, ທຸກຄົນທີ່ເຫລືອຢູ່ຈາກຊົນຊາດຊົ່ວຮ້າຍນີ້—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ.