lo_jer_text_ulb_l3/07/21.txt

1 line
1.4 KiB
Plaintext

\v 21 ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ, ‘ຈົ່ງເພີ່ມເຄື່ອງເຜົາບູຊາ ທັງຕົວເຂົ້າກັບເຄື່ອງບູຊາຂອງເຈົ້າ ແລະ ຊີ້ນຈາກພວກເຂົາ. \v 22 ເພາະເມື່ອເຮົາໄດ້ນຳບັນພະບູລຸດຂອງພວກເຈົ້າອອກມາຈາກປະເທດເອຢິບນັ້ນ, ເຮົາບໍ່ໄດ້ຮຽກຮ້ອງອັນໃດຈາກພວກເຂົາ. ເຮົາບໍ່ໄດ້ໃຫ້ຄຳສັ່ງພວກເຂົາກ່ຽວກັບເຄື່ອງເຜົາບູຊາ ແລະເຄື່ອງບູຊາ. \v 23 ເຮົາພຽງແຕ່ໃຫ້ຄຳສັ່ງນີ້ເທົ່ານັ້ນວ່າ, “ຈົ່ງຟັງສຽງຂອງເຮົາ, ແລະເຮົາຈະເປັນພຣະເຈົ້າຂອງເຈົ້າ ແລະ ເຈົ້າຈະໄດ້ເປັນໄພ່ພົນຂອງເຮົາ. ດັ່ງນັ້ນ ຈົ່ງດຳເນີນໃນທາງທັງຫລາຍທີ່ເຮົາກຳລັງບັນຊາເຈົ້າ, ເພື່ອເຈົ້າຈະໄດ້ຢູ່ເຢັນເປັນສຸກ."