lo_jer_text_ulb_l3/07/12.txt

1 line
2.1 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 12 ‘ດັ່ງນັ້ນຈົ່ງໄປຍັງສະຖານທີ່ຂອງເຮົາຊຶ່ງເຄີຍຢູ່ໃນເມືອງຊີໂລ, ບ່ອນທີ່ເຮົາໄດ້ອະນຸຍາດໃຫ້ຊື່ຂອງເຮົາຢູ່ທີ່ນັ້ນແຕ່ຕອນເລີ່ມຕົ້ນ, ແລະຈົ່ງເບິ່ງສິ່ງທີ່ເຮົາໄດ້ກະທຳຕໍ່ສະຖານທີ່ນັ້ນ ຍ້ອນຄວາມຊົ່ວຮ້າຍຂອງອິດສະຣາເອນໄພ່ພົນຂອງເຮົາ. \v 13 ດັ່ງນັ້ນບັດນີ້, ການທີ່ພວກເຈົ້າທັງຫລາຍໄດ້ເຮັດສິ່ງປວງທັງສິ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາໄດ້ເວົ້າກັບພວກເຈົ້າຫລາຍເທື່ອຫລາຍທີແລ້ວກໍດີ, ແຕ່ພວກເຈົ້າກໍຍັງບໍ່ຍອມຟັງ. ເຮົາໄດ້ເອີ້ນພວກເຈົ້າ, ແຕ່ພວກເຈົ້າກໍບໍ່ຕອບ. \v 14 ດ້ວຍເຫດນີ້, ສິ່ງທີ່ເຮົາໄດ້ເຮັດຕໍ່ເມືອງຊີໂລນັ້ນ, ເຮົາຈະເຮັດຕໍ່ພຣະວິຫານນີ້ບ່ອນທີ່ເຮົາໄດ້ເອີ້ນນາມຊື່ຂອງເຮົາ, ວິຫານຊຶ່ງພວກເຈົ້າໄດ້ວາງໃຈນັ້ນ, ສະຖານທີ່ຊຶ່ງເຮົາຍົກໃຫ້ບັນພະບູລຸດທັງຫລາຍ ຂອງພວກເຈົ້າ. \v 15 ເພາະເຮົາຈະຂັບໄລ່ພວກເຈົ້າອອກໄປ ຈາກສາຍພຣະເນດຂອງເຮົາ ເຫມືອນຢ່າງທີ່ເຮົາໄດ້ໄລ່ບັນດາຍາດພີ່ນ້ອງຂອງພວກເຈົ້າໄປ, ຄືບັນດາເຊື້ອສາຍທັງຫມົດຂອງຊາວເອຟຣາອິມ.