lo_jer_text_ulb_l3/07/08.txt

1 line
1.6 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 8 ເບິ່ງແມ! ພວກເຈົ້າກຳລັງໄວ້ໃຈໃນຄຳຕົວະທັງຫລາຍ ທີ່ບໍ່ໄດ້ຊ່ວຍເຈົ້າເລີຍ. \v 9 ເຈົ້າຈະລັກສິ່ງຂອງ, ຂ້າຄົນ, ແລະລ່ວງປະເວນີຫລື? ເຈົ້າຈະສາບານດ້ວຍຄຳບໍ່ຈິງ ແລະຖວາຍບູຊາແກ່ພະບາອານ ແລະຂາບໄຫວ້ພະອື່ນໆ ທີ່ພວກເຈົ້າທັງຫລາຍບໍ່ຮູ້ຈັກຫລື? \v 10 ແລ້ວເຈົ້າກໍມາຢືນຢູ່ຕໍ່ຫນ້າເຮົາໃນພຣະວິຫານຂອງເຮົາແຫ່ງນີ້ ຊຶ່ງເອີ້ນອອກນາມຊື່ຂອງເຮົາແລ້ວກໍເວົ້າວ່າ, “ພວກເຮົາທັງຫລາຍໄດ້ຮັບການຊ່ວຍກູ້ແລ້ວ.” ດັ່ງນັ້ນເຈົ້າສາມາດເຮັດສິ່ງ ທີ່ຫນ້າກຽດຫນ້າຊັງເຫລົ່ານັ້ນທັງຫມົດອີກຫລື? \v 11 ໃນພຣະວິຫານ, ຊຶ່ງເອີ້ນອອກນາມຊື່ຂອງເຮົາ, ໄດ້ກາຍເປັນຖໍ້າຂອງພວກໂຈນ ໃນສາຍຕາຂອງພວກເຈົ້າໄປແລ້່ວຫລື? ແຕ່ນີ້ນະ, ຕົວເຮົາໄດ້ເຫັນເອງ—ນີ້ເປັນຄຳປະກາດຂອງພຣະຢາເວ.