lo_jer_text_ulb_l3/06/27.txt

1 line
1.4 KiB
Plaintext

\v 27 “ເຮົາໄດ້ສ້າງເຈົ້າ, ເຢເຣມີຢາເອີຍ, ເປັນຜູ້ທົດລອງທ່າມກາງໄພ່ພົນຂອງເຮົາ ເຫມືອນກັບການທົດລອງໂລຫະ, ເພື່ອພວກເຈົ້າຈະໄດ້ກວດສອບ ແລະ ທົດລອງທາງທັງຫລາຍຂອງພວກເຂົາ. \v 28 ພວກເຂົາທັງຫມົດເປັນປະຊາຊົນທີ່ດື້ດ້ານ, ຜູ້ທີທຽວໄປທົ່ວ ເພື່ອປັ່ນປ່ວນຄົນອື່ນ. ພວກເຂົາຫົວແຂງເຫມືອນທອງຄຳ ແລະເຫລັກກ້າ, ປະພຶດຊົ່ວຊ້າທັງນັ້ນ. \v 29 ເຄື່ອງເປົ່າລົມຂອງພວກເຂົາ ເປົ່າຢ່າງດຸເດືອດດ້ວຍໄຟທີ່ເຜົາຜານພວກເຂົາ; ເຫລັກກໍຖືກຫລອມໃນແປວໄຟ. ແຕ່ກໍບໍ່ມີປະໂຫຍດ, ເພາະຄວາມຊົ່ວກໍຍັງບໍ່ໄດ້ສູນຫາຍໄປເລີຍ. \v 30 ພວກເຂົາຈະຖືກເອີ້ນວ່າເງິນໃຊ້ບໍ່ໄດ້, ເພາະພຣະຢາເວໄດ້ຊົງປະຖິ້ມພວກເຂົາແລ້ວ.”