lo_jer_text_ulb_l3/06/20.txt

1 line
1.5 KiB
Plaintext

\v 20 “ກຳຍານທີ່ຂຶ້ນມາຈາກເມືອງເຊບາ ຈະເປັນປະໂຫຍດອັນໃດແກ່ເຮົາ? ຫລືກິ່ນຫອມທັງຫລາຍຈາກເມືອງໄກມາໃຫ້ເຮົາ ເພື່ອຫຍັງ? ເຄື່ອງເຜົາບູຊາທັງຫລາຍຂອງເຈົ້າ ຍັງບໍ່ເປັນທີ່ຍອມຮັບສຳລັບເຮົາເອງ, ຫລືສັດບູຊາຂອງເຈົ້າ ກໍບໍ່ເປັນທີ່ພໍໃຈເຮົາ. \v 21 ດັ່ງນັ້ນ ພຣະຢາເວກກ່າວວ່າດັ່ງນີ້ວ່າ, ‘ເບິ່ງແມ, ເຮົາກຳລັງຈະວາງເຄື່ອງສະດຸດໄວ້, ໃຫ້ຄົນເຫລົ່ານີ້ຕຳສະດຸດ—ທັງພໍ່ ແລະ ລູກຊາຍທັງຫລາຍຂອງພວກເຂົາ. ທັງຜູ້ພັກອາໄສ ແລະ ເພື່ອນບ້ານກໍຈະຈິບຫາຍຄືກັນ.” \v 22 ພຣະຢາເວຊົງກ່າວວ່າ, ‘ເບິ່ງແມ, ປະຊາຊົນກຳລັງມາຈາກປະເທດທາງທິດເຫນືອ. ເພາະວ່າປະຊາຊາດຍິ່ງໃຫຍ່ຊາດຫນຶ່ງຖືກບຸກລະດົມ ໃຫ້ມາຈາກສ່ວນໄກສຸດຂອງແຜ່ນດິນ.