1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 16 ພຣະຢາເວຊົງກ່າວດັ່ງນີ້ວ່າ, “ຈົ່ງຢືນຢູ່ທີ່ທາງສີ່ແຍກແລະເບິ່ງໃຫ້ດີ; ຈົ່ງຖາມຫາທາງໂບຮານນັ້ນວ່າ, ‘ທາງດີຢູ່ໃສ?’ ແລ້ວໃຫ້ຍ່າງເຂົ້າໄປໃນທາງນັ້ນ ແລະພວກເຈົ້າຈະພົບຄວາມສະຫງົບສຸກ. ແຕ່ພວກເຈົ້າໄດ້ເວົ້າວ່າ, ‘ພວກເຮົາຈະບໍ່ຍ່າງເຂົ້າໄປໃນທາງນັ້ນ.’ \v 17 ເຮົາໄດ້ແຕ່ງຄົນເຝົ້າຍາມໄວ້ສຳລັບພວກເຈົ້າ ເພື່ອຟັງສຽງແກ. ແຕ່ພວກເຂົາທັງຫລາຍໄດ້ເວົ້າວ່າ, ‘ພວກເຮົາຈະບໍ່ຟັງ.’ \v 18 ດ້ວຍເຫດນີ້, ຊາດຕ່າງໆເອີຍ, ຈົ່ງຟັງ! ຮັບຮູ້ເທີ້ນວ່າອັນໃດຈະເກີດຂຶ້ນແກ່ພວກເຂົາ. \v 19 ຈົ່ງຟັງເທີ້ນ, ແຜ່ນດິນໂລກເອີຍ! ເບິ່ງແມ, ເຮົາກຳລັງຈະນຳເອົາໄພພິບັດມາຍັງປະຊາຊົນເຫລົ່ານີ້—ຜົນແຫ່ງຄວາມຄິດທັງຫລາຍຂອງພວກເຂົາ. ພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງເຮົາ ຫລືບັນຍັດຂອງເຮົາ, ແຕ່ພວກເຂົາພັດປະຕິເສດເສຍ.” |