lo_jer_text_ulb_l3/06/06.txt

1 line
1.5 KiB
Plaintext

\v 6 ເພາະພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ: “ຈົ່ງປ້ຳບັນດາຕົ້ນໄມ້ຂອງນາງລົງ ແລະກອງລ້ອມຍຶດນະຄອນເຢຣູຊາເລັມ. ນີ້ແຫລະນະຄອນທີ່ຕ້ອງຖືກໂຈມຕີ, ເພາະວ່າມັນເປັນເມືອງທີ່ມີແຕ່ການບີບບັງຄັບຂົ່ມເຫງ. \v 7 ເຫມືອນບໍ່ນ້ຳທີ່ມີນໍ້າສະອາດໄຫລອອກມາ ສັນໃດ, ດັ່ງນັ້ນເມືອງນີ້ກໍເຮັດໃຫ້ເກີດຄວາມຊົ່ວຂຶ້ນເລື້ອຍໆ ສັນນັ້ນ. ຄວາມທາລຸນ ແລະ ການທຳລາຍກໍມີໃຫ້ໄດ້ຍິນສະເຫມີພາຍໃນນາງ; ຄວາມເຈັບປວດເສົ້າໂສກ ແລະ ຄວາມບາດເຈັບກໍປະກົດຕໍ່ເຮົາສະເຫມີ. \v 8 ນະຄອນເຢຣູຊາເລັມເອີຍ, ຈົ່ງຮັບຄຳຕັກເຕືອນເຖີດ, ຢ້ານວ່າຈິດໃຈເຮົາຈະຫວິດຕົວໄປເສຍຈາກພວກເຈົ້າ, ຫລືເຮັດໃຫ້ພວກເຈົ້າເປັນບ່ອນຮ້າງເປົ່າ, ເປັນແຜ່ນດິນປາດສະຈາກຄົນອາໄສ.'"