lo_jer_text_ulb_l3/04/30.txt

1 line
1.3 KiB
Plaintext

\v 30 ບັດນີ້ເຈົ້າກໍຖືກຖິ້ມຮ້າງ, ພວກເຈົ້າຈະເຮັດຫຍັງ? ເພາະເຖິງວ່າເຈົ້າປະດັບຕົວດ້ວຍເຄື່ອງສີແດງ, ແລະເອ້ຕົວດ້ວຍເຄື່ອງປະດັບ ທອງຄຳ, ແລະເຮັດໃຫ້ດວງຕາທັງສອງໃຫ້ກວ້າງດ້ວຍສີແຕ້ມ, ພວກຜູ້ຊາຍທີ່ເຄີຍປາດຖະຫນາໃນຕົວເຈົ້າ ບັດນີ້ກໍປະຕິເສດເຈົ້າ. ພວກເຂົາທັງຫລາຍຈະສະແຫວງຫາຊີວິດຂອງພວກເຈົ້າ. \v 31 ເພາະເຮົາໄດ້ຍິນສຽງຮ້ອງດ້ວຍຄວາມເຈັບປວດ, ແສນທໍລະມານຄືກັບຍິງຈະເກີດລູກຫົວປີ, ສຽງຮ້ອງແຫ່ງລູກສາວຊີໂອນ. ນາງແທບຈະຂາດໃຈ. ນາງຢຽດມືຂອງນາງອອກຮ້ອງວ່າ, ‘ວິບັດແກ່ຂ້ານ້ອຍ! ຈິດໃຈຂ້ານ້ອຍກໍອ່ອນເພຍ ເພາະເຫດຂ້າຕະກອນນີ້.’”