lo_jer_text_ulb_l3/04/27.txt

1 line
1.3 KiB
Plaintext

\v 27 ພຣະຢາເວກ່າວດັ່ງນີ້ວ່າ, “ແຜ່ນດິນທັງຫມົດຈະເປັນບ່ອນຮ້າງເປົ່າ. ແຕ່ເຮົາກໍຈະບໍ່ໄດ້ເຮັດໃຫ້ເຖິງອາວະສານເທື່ອ. \v 28 ເພາະດ້ວຍເຫດຜົນນີ້, ແຜ່ນດິນໂລກຈະໄວ້ທຸກ ແລະທ້ອງຟ້າເບື້ອງເທິງຈະດຳມືດ. ເພາະເຮົາໄດ້ປະກາດຄວາມຕັ້ງໃຈໄວ້ແລ້ວ; ເຮົາຈະບໍ່ປ່ຽນໃຈ; ຫລືຖອຍຫລັງກັບ ຈົນກວ່າທຸກຢ່າງຈະສຳເລັດ. \v 29 ທຸກເມືອງຈະຫນີຈາກສຽງທະຫານມ້າ ແລະບັນດານັກທະນູ ພ້ອມກັບທະນູ; ພວກເຂົາແລ່ນເຂົ້າໄປຢູ່ໃນປ່າທັງຫລາຍ. ຊາວເມືອງທຸກແຫ່ງປີນໄປຕາມສະຖານທີ່ເປັນພູເຂົາ, ເມືອງເຫລົ່ານັ້ນກໍຖືກປະຖິ້ມ ເພາະບໍ່ມີມະນຸດຜູ້ໃດອາໄສຢູ່ໃນເມືອງເຫລົ່ານັ້ນເລີຍ.