lo_jer_text_ulb_l3/04/13.txt

1 line
1.2 KiB
Plaintext

\v 13 ເບິ່ງແມ, ເຂົາກຳລັງຈູ່ໂຈມເຫມືອນບັນດາເມກ, ແລະພວກລົດມ້າຮົບເສິກຂອງເຂົາເຫມືອນລົມພາຍຸ. ມ້າທັງຫລາຍຂອງພວກເຂົາໄວຍິ່ງກວ່ານົກອິນຊີ. ວິບັດແກ່ພວກເຮົາ, ເພາະວ່າເຮົາຈະຕ້ອງຈິບຫາຍ! \v 14 ຈົ່ງລ້າງຈິດໃຈຂອງພວກເຈົ້າໃຫ້ພົ້ນຈາກຄວາມຊົ່ວຮ້າຍ, ນະຄອນເຢຣູຊາເລັມເອີຍ, ເພື່ອພວກເຈົ້າຈະລອດພົ້ນໄດ້. ດົນປານໃດທີ່ຄວາມຄິດເລິກໆ ຂອງເຈົ້າຈະເຊົາຄິດແຕ່ເລື່ອງຄວາມຊົ່ວຮ້າຍ? \v 15 ເພາະວ່າມີສຽງປະກາດມາຈາກເມືອງດານ, ແລະ ຄວາມຈິບຫາຍທີ່ກຳລັງຈະມາທີ່ໄດ້ຍິນຈາກພູເຂົາເອຟຣາອິມ.