lo_jer_text_ulb_l3/04/04.txt

1 line
1.7 KiB
Plaintext

\v 4 ຈົ່ງເຂົ້າພິທີຕັດຕົວເຈົ້າເອງຖວາຍແດ່ພຣະຢາເວ, ແລະຈົ່ງຕັດຫນັງຫຸ້ມປາຍຫົວໃຈຂອງເຈົ້າສາ, ພວກຜູ້ຊາຍຢູດາທັງຫລາຍ ແລະຊາວນະຄອນເຢຣູຊາເລັມທັງຫລາຍເອີຍ, ຢ້ານວ່າຄວາມຄຽດຮ້າຍຂອງເຮົາຈະເຜົາໄຫມ້ເຫມືອນໄຟ, ແລະໄຟນັ້ນຈະເຜົາໄຫມ້ໂດຍບໍ່ມີໃຜມອດໄດ້ ເນື່ອງຈາກການປະພຶດຄວາມຊົ່ວຮ້າຍທັງຫລາຍຂອງພວກເຈົ້າ. \v 5 ຈົ່ງປະກາດໃນຢູດາ ແລະຈົ່ງເຮັດໃຫ້ໄດ້ຍິນໃນນະຄອນເຢຣູຊາເລັມ. ຈົ່ງກ່າວວ່າ, “ຈົ່ງເປົ່າແກໃນແຜ່ນດິນ.” ຈົ່ງຮ້ອງປະກາດດັງໆວ່າ, “ຈົ່ງມາໂຮມກັນ. ໃຫ້ເຮົາເຂົ້າໄປບັນດາເມືອງທີ່ມີປ້ອມປ້ອງກັນ.” \v 6 ຈົ່ງຍົກທຸງຂຶ້ນ ແລະມຸ່ງຫນ້າໄປຍັງຊີໂອນ, ແລະຈົ່ງຮີບແລ່ນໄປໃຫ້ປອດໄພ! ຈົ່ງຢ່າລໍຖ້າ, ເພາະເຮົາກຳລັງນຳຄວາມຈິບຫາຍມາຈາກທິດເຫນືອ ແລະເປັນການທຳລາຍອັນໃຫຍ່ຫລວງ.