lo_jer_text_ulb_l3/03/13.txt

1 line
1.4 KiB
Plaintext

\v 13 ພຽງແຕ່ຍອມຮັບຄວາມຜິດຂອງພວກເຈົ້າວ່າ, ພວກເຈົ້າໄດ້ລະເມີດຕໍ່ພຣະຢາເວ ພຣະເຈົ້າຂອງພວກເຈົ້າ; ພວກເຈົ້າໄດ້ແບ່ງໃຈກັບບັນດາຄົນແປກຫນ້າທີ່ກ້ອງຕົ້ນໄມ້ຂຽວສົດທຸກຕົ້ນ! ເພາະພວກເຈົ້າບໍ່ໄດ້ເຊື່ອຟັງສຽງຂອງເຮົາ!—ນີ້ເປັນຄຳປະກາດຂອງພຣະຢາເວ. \v 14 ຈົ່ງກັບມາເຖີດ, ໄພ່ພົນທີ່ບໍ່ສັດຊື່ທັງຫລາຍເອີຍ!—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາເປັນສາມີຂອງພວກເຈົ້າ! ເຮົາຈະຮັບພວກເຈົ້າຈາກເມືອງລະຄົນ, ແລະຈາກຕະກູນລະສອງຄົນ, ແລະເຮົາຈະນຳພວກເຈົ້າມາເຖິງຊີໂອນ! \v 15 ເຮົາຈະໃຫ້ຜູ້ລ້ຽງແກະຄົນທີ່ເຮົາພໍໃຈແກ່ພວກເຈົ້າ, ຜູ້ຊຶ່ງຈະລ້ຽງພວກເຈົ້າດ້ວຍຄວາມຮູ້ ແລະຄວາມເຂົ້າໃຈ.