lo_jer_text_ulb_l3/03/11.txt

1 line
988 B
Plaintext

\v 11 ແລ້ວພຣະຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ອິດສະຣາເອນຜູ້ບໍ່ສັດຊື່ຍັງສະແດງຕົວວ່າຊອບທຳຍິ່ງກວ່າຢູດາທີ່ທໍລະຍົດ! \v 12 ຈົ່ງໄປ ແລະປະກາດຖ້ອຍຄຳເຫລົ່ານີ້ ທາງທິດເຫນືອ. ກ່າວວ່າ, ‘ອິດສະຣາເອນຜູ້ບໍ່ສັດຊື່ເອີຍ, ຈົ່ງກັບມາເຖີດ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາຈະບໍ່ໃຫ້ຄວາມຮ້າຍຂອງເຮົາຢູ່ເຫນືອພວກເຈົ້າ. ເພາະເຮົາມີຄວາມສັດຊື່—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາຈະບໍ່ຮ້າຍເປັນນິດ.