lo_jer_text_ulb_l3/02/29.txt

1 line
1.3 KiB
Plaintext

\v 29 ເຈົ້າທັງຫລາຍຈະມາໂຕ້ແຍ້ງເຮົາເຮັດຫຍັງ? ເຈົ້າໄດ້ກະບົດຕໍ່ສູ້ເຮົາຫມົດທຸກຄົນແລ້ວ—ນີ້ເປັນຄຳປະກາດຂອງພຣະຢາເວ. \v 30 ເຮົາໄດ້ລົງໂທດຕີລູກຫລານຂອງພວກເຈົ້າ. ພວກເຂົາບໍ່ຍອມຮັບເອົາການດັດສ້າງນັ້ນ. ດາບຂອງເຈົ້າເອງໄດ້ຂ້າຜູ້ປະກາດພຣະທັມຂອງຕົນເຫມືອນສິງໂຕຮ້າຍກາດ! \v 31 ຄົນຍຸກນີ້ເອີຍ, ພວກເຈົ້າທັງຫມົດຈົ່ງຕັ້ງໃຈພຣະຄຳຂອງພຣະຢາເວ! ເຮົາເປັນເຫມືອນຖິ່ນແຫ້ງແລ້ງກັນດານແກ່ອິດສະຣາເອນຫລື? ຫລືເຫມືອນແຜ່ນດິນທີ່ເປັນມືດທຶບບໍ? ເປັນຫຍັງໄພ່ພົນຂອງເຮົາຈຶ່ງກ່າວວ່າ, ‘ພວກຂ້ານ້ອຍທັງຫລາຍເປັນອິດສະຫລະ, ຂ້າພະອົງຈະບໍ່ມາຫາພຣະອົງອີກ'?