lo_jer_text_ulb_l3/02/23.txt

1 line
1.6 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 23 ເຈົ້າຈະເວົ້າໄດ້ຢ່າງໃດວ່າ, 'ຂ້ານ້ອຍບໍ່ໄດ້ເຮັດຜິດ! ເວົ້າວ່າບໍ່ເຄີຍຂາບໄຫວ້ພະບາອານ'? ຈົ່ງເບິ່ງທ່າທາງຂອງເຈົ້າໃນຮ່ອມພູເບິ່ງດຸ! ຈົ່ງສຳນຶກວ່າເຈົ້າໄດ້ເຮັດບາບຫຍັງແດ່—ເຈົ້າເປັນເຫມືອນອູດສາວທີ່ກຳລັງຄຶກຄະນອງຢູ່ບໍ່ເປັນສຸກ, \v 24 ເຫມືອນລໍປ່າທີ່ຄຸ້ນເຄີຍກັບຖິ່ນແຫ້ງແລ້ງກັນດານ, ໄດ້ສູດລົມຫາຍໃຈດ້ວຍຄວາມຢາກຖືເຊີງຢ່າງຮຸນແຮງຂອງພວກມັນ! ໃຜຈະລະງັບຄວາມຕ້ອງການຂອງມັນໄດ້? ລໍເຖິກກໍບໍ່ຈຳເປັນຕ້ອງແຕ່ງຕົວງາມແລ້ວໄລ່ຕາມນາງ ໃນລະດູຕິດເຊີງ; ລໍແມ່ຈະປະກົດໃຫ້ເຫັນເລື້ອຍ. \v 25 ເຈົ້າຈົ່ງຫ້າມຕີນຂອງເຈົ້າ ຢ່າແລ່ນຈົນເກີບເຮ່ຍ ແລະ ຄໍແຫ້ງ! ແຕ່ເຈົ້າໄດ້ເວົ້າວ່າ, ‘ບໍ່ເປັນຫຍັງດອກ! ເພາະຂ້າຮັກຄົນແປກຫນ້າ ແລະຂ້າພະເຈົ້າຈະຕິດຕາມໄປ!