lo_jer_text_ulb_l3/02/20.txt

1 line
1.6 KiB
Plaintext

\v 20 ເພາະເຮົາໄດ້ຫັກແອກຂອງເຈົ້າທີ່ມີເຫິງນານແລ້ວນັ້ນ; ເຮົາໄດ້ທຳລາຍໂຊ້ທີ່ຖ່ວງດຶງເຈົ້າບໍ່. ເຈົ້າຍັງໄດ້ກ່າວວ່າ, 'ຂ້າພະເຈົ້າຈະບໍ່ຮັບໃຊ້ພຣະອົງ' ເພາະເຈົ້າໄດ້ກົ້ມຂາບໄຫວ້ເທິງເນີນພູສູງທຸກແຫ່ງ ແລະກ້ອງຕົ້ນໄມ້ບ່ອນສັກສິດ, ພວກເຈົ້າໄດ້ເຮັດປະຫມາດເຫມືອນຍິງໂສເພນີ. \v 21 ເຮົາໄດ້ປູກເຈົ້າໄວ້ເຫມືອນກັບຕົ້ນອະງຸ່ນພັນດີ, ເຫມືອນແນວພືດຢ່າງດີທີ່ສຸດ. ແຕ່ແລ້ວເປັນຫຍັງເຈົ້າຈຶ່ງກາຍເປັນເຫມືອນອະງຸ່ນພັນຕ່ຳບໍ່ມີຄ່າ? \v 22 ເຖິງແມ່ນເຈົ້າຈະລ້າງຕົວຂອງເຈົ້າດ້ວຍນ້ຳຢາ ແລະໃສ່ສະບູຫລາຍໆ, ແຕ່ຮອຍຄວາມເປິເປື້ອນຈາກຄວາມຜິດບາບຂອງເຈົ້າກໍຍັງປະກົດຢູ່ຕໍ່ຫນ້າເຮົາ—ນີ້ແມ່ນພຣະຄຳຂອງພຣະເຢເວຜູ້ຊົງເປັນພຣະເຈົ້າຈອມໂຍທາ.