lo_jer_text_ulb_l3/02/12.txt

1 line
796 B
Plaintext

\v 12 ທ້ອງຟ້າທັງຫລາຍ, ຈົ່ງສັ່ນສະທ້ານ, ເພາະດ້ວຍສິ່ງນີ້! ຈົ່ງຕື່ນຕົກໃຈ ແລະຈົ່ງເປົ່າຮ້າງ—ນີ້ເປັນຄຳປະກາດຂອງພຣະຢາເວ. \v 13 ເພາະວ່າໄພ່ພົນຂອງເຮົາໄດ້ເຮັດຄວາມຊົ່ວຮ້າຍສອງຢ່າງຄື: ພວກເຂົາໄດ້ປະຖິ້ມເຮົາຜູ້ເປັນບໍ່ນ້ຳທີ່ມີຊີວິດ, ແລະພວກເຂົາໄດ້ຂຸດນ້ຳສ້າງສຳລັບຕົນເອງ, ແຕ່ເປັນນໍ້າສ້າງທີ່ແຕກຂັງນໍ້າບໍ່ໄດ້.