lo_jer_text_ulb_l3/02/09.txt

1 line
1.1 KiB
Plaintext

\v 9 ດ້ວຍເຫດນີ້ ເຮົາຈຶ່ງຍັງຄົງໂຕ້ແຍ້ງກັບເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະເຮົາຈະກ່າວໂທດບັນດາລູກຫລານຂອງເຈົ້າ. \v 10 ດັ່ງນັ້ນ ຈົ່ງຂ້າມໄປຕາມລຽບຝັ່ງຂອງກິດຕີມແລະເບິ່ງ. ຫລືສົ່ງຄົນໄປທີ່ເມືອງເກດາ ແລະ ພິຈາລະນາເບິ່ງຖີ່ຖ້ວນ ແລະເບິ່ງວ່າເຄີຍມີເຫມືອນຢ່າງນີ້ແດ່ບໍ? \v 11 ມີຊົນຊາດໃດແດ່ເຄີຍປ່ຽນພະທັງຫລາຍຂອງຕົນ, ເຖິງແມ່ນວ່າພະເຫລົ່ານັ້ນບໍ່ແມ່ນພະກໍດີ? ແຕ່ໄພ່ພົນຂອງເຮົາໄດ້ເອົາສັກສີຂອງເຮົາ ແລກກັບສິ່ງບໍ່ສາມາດຊ່ວຍເຫລືອພວກເຂົາ.