lo_jer_text_ulb_l3/02/01.txt

1 line
1.3 KiB
Plaintext

\c 2 \v 1 ພຣະຄຳຂອງພຣະຢາເວໄດ້ມາເຖິງຂ້າພະເຈົ້າວ່າ, \v 2 "ຈົ່ງໄປ ແລະປະກາດໃຫ້ນະຄອນເຢຣູຊາເລັມໄດ້ຍິນ. ດັ່ງນີ້ວ່າ, 'ພຣະຢາເວກ່າວດັ່ງນີ້ວ່າ: ເຮົາຍັງລະນຶກເຖິງຄວາມສັດຊື່ໃນພັນທະສັນຍາ ຄາວເມື່ອເຈົ້າຍັງຫນຸ່ມຂອງເຈົ້າໄດ້, ຄວາມຮັກທີ່ເຈົ້າມີຕໍ່ເຮົາຕອນເຈົ້າຫມັ້ນ, ເມື່ອເຈົ້າໄດ້ຕິດຕາມເຮົາໃນຖິ່ນແຫ້ງແລ້ງກັນດານ, ໃນແຜ່ນດິນທີ່ບໍ່ໄດ້ປູກຝັງ. \v 3 ອິດສະຣາເອນນັ້ນບໍລິສຸດຕໍ່ພຣະຢາເວ, ຄືເປັນຫມາກຜົນຮຸ່ນທຳອິດຈາກການເກັບກ່ຽວຂອງພຣະອົງ! ທຸກຄົນທີ່ໄດ້ກິນຜົນນັ້ນກໍ່ມີຄວາມຜິດ; ຄວາມພິນາດຈິ່ງໄດ້ມາເຖິງພວກເຂົາ—ນີ້ເປັນຄຳປະກາດຂອງພຣະຢາເວ.'"