\v 20 ເຈົ້າເປັນຄ້ອນແຫ່ງສົງຄາມ ເປັນຍຸດໂທອຸປະກອນຂອງເຮົາ. ເຮົາຈະໃຊ້ເຈົ້າຕີບັນດາປະຊາຊາດໃຫ້ມຸ່ນເປັນຊິ້ນດ້ວຍພວກເຈົ້າ ເຮົາຈະທຳລາຍຣາຊະອານາຈັກທັງຫລາຍດ້ວຍພວກມັນ. \v 21 ເຮົາຈະໃຊ້ເຈົ້າທຸບມ້າທັງຫລາຍ ແລະບັນດາຄົນຂີ່ໃຫ້ແຕກເປັນປ່ຽງໆ; ເຮົາຈະໃຊ້ເຈົ້າຕີບັນດາລົດຮົບ ແລະບັນດາຄົນໃຫ້ເປັນມຸ່ນທະລາຍໄປເປັນປ່ຽງໆ.