\v 13 ຝ່າຍໂຢຮານານລູກຊາຍຂອງກາເຣອາ ແລະບັນດາຫົວຫນ້າຂອງກອງທະຫານໃນທົ່ງນາໄດ້ມາຫາເກດາລີຢາທີ່ມິດຊະປາ \v 14 ພວກເຂົາໄດ້ກ່າວແກ່ລາວວ່າ, “ທ່ານຮູ້ຫລືບໍ່ວ່າ ບາອາລິດ ກະສັດຂອງຄົນອຳໂມນໄດ້ສົ່ງໃຫ້ອິດຊະມາເອນລູກຊາຍເນທານີອາມາເອົາຊີວິດຂອງທ່ານ?” ແຕ່ເກດາລີຢາລູກຊາຍອາຮີກາມບໍ່ເຊື່ອພວກເຂົາ.