\v 27 \v 28 \v 29 \v 30 27 ເຢ¬ເຣ¬ມີ¬ຢາເອີຍ ຈົ່ງໄປທົດລອງເບິ່ງໄພ່ພົນຂອງເຮົາ ແລະສຶກສາເບິ່ງຄວາມປະພຶດຂອງເຂົາເບິ່ງດຸ. 28 ພວກເຂົາທັງປວງເປັນກະບົດທີ່ດື້ດ້ານ ເປັນຄົນມັກກ່າວຂວັນນິນທາຄົນອື່ນ ພວກເຂົາຫົວແຂງເໝືອນທອງເຫລືອງແລະເຫລັກກ້າ ເປັນຄົນສໍ້ໂກງທັງນັ້ນ. 29 ເຕົາເຜົາເງິນກໍຮ້ອນແຮງແລ້ວ ແຕ່ສິ່ງບໍ່ດີທີ່ປົນຢູ່ນຳເງິນໄດ້ເປື່ອຍສູນໄປ ວຽກນັ້ນຈຶ່ງບໍ່ເປັນປະໂຫຍດ ຄົນຊົ່ວກໍຢ່າງດຽວກັນ ຄືຍັງບໍ່ໄດ້ສູນຫາຍໄປເລີຍ. 30 ຄົນທັງປວງຈະເອີ້ນເຂົາເຈົ້າວ່າເປັນເງິນໃຊ້ບໍ່ໄດ້ ເພາະວ່າເຮົາ ພຣະ¬ຜູ້¬ເປັນ¬ເຈົ້າໄດ້ປະຖິ້ມພວກເຂົາແລ້ວ.”