\v 20 \v 21 \v 22 20 ຈະເປັນປະໂຫຍດອັນໃດແກ່ເຮົາ ທີ່ໄດ້ທູບຫອມມາແຕ່ເມືອງເຊ¬ບາ ຫລືໄດ້ເຄື່ອງຫອມມາຈາກທາງໄກ ເຮົາກໍຈະບໍ່ຍິນດີເອົາເຄື່ອງບູຊາຂອງພວກເຂົາ. 21 ດັ່ງນັ້ນ ເຮົາ ພຣະ¬ຜູ້¬ເປັນ¬ເຈົ້າຈະເຮັດໃຫ້ຄົນເຫລົ່ານີ້ຕຳສະດຸດພໍ່ ແລະລູກທັງຫລາຍຂອງພວກເຂົາຈະຕາຍ ມິດສະຫາຍ ແລະເພື່ອນບ້ານກໍຈະຕາຍຄືກັນ.” 22 ພຣະ¬ຜູ້¬ເປັນ¬ເຈົ້າຊົງກ່າວວ່າ, “ປະຊາຊົນຈະມາຈາກປະເທດທາງທິດເຫນືອ ຊາດຍິ່ງໃຫຍ່ທີ່ຢູ່ຫ່າງໄກກຳລັງຕຽມຕົວມາຕໍ່ສູ້.