\v 16 \v 17 \v 18 \v 19 16ພຣະ¬ຜູ້¬ເປັນ¬ເຈົ້າຊົງກ່າວຕໍ່ໄພ່ພົນຂອງພຣະ¬ອົງວ່າ, “ພວກເຈົ້າຈົ່ງຢືນຢູ່ໃນທາງສີ່ແຍກ ໃຫ້ຖາມຫາທາງດີ ຄືທາງເກົ່ານັ້ນຢູ່ໃສ? ແລ້ວໃຫ້ຍ່າງເຂົ້າໄປໃນທາງນັ້ນພວກເຈົ້າຈະມີຄວາມສະຫງົບສຸກ ແຕ່ພວກເຈົ້າໄດ້ເວົ້າວ່າ ພວກເຮົາຈະບໍ່ຍ່າງເຂົ້າໄປໃນທາງນັ້ນ. 17 ເຮົາໄດ້ແຕ່ງຄົນເຝົ້າຍາມ ເພື່ອເປົ່າແກເຕືອນພວກເຈົ້າ ແຕ່ພວກເຈົ້າໄດ້ເວົ້າວ່າ ພວກເຮົາຈະບໍ່ຟັງ. 18 ດ້ວຍເຫດນີ້ ຊາດຕ່າງໆ ເອີຍ ຈົ່ງຟັງ ແລະຮັບຮູ້ເທີ້ນວ່າອັນໃດຈະເກີດຂຶ້ນແກ່ໄພ່ພົນຂອງເຮົາ. 19 ໂລກເອີຍຈົ່ງຟັງເທີ້ນ ເຮົາຈະນຳເອົາໄພພິບັດມາຍັງປະຊາຊົນເຫລົ່ານີ້ ຄືໄພພິບັດທີ່ພວກເຂົາສົມຄວນຈະໄດ້ຮັບ ເພາະວ່າພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງເຮົາ ແລະບໍ່ສົນໃຈເຊື່ອຟັງຄຳສອນຂອງເຮົາ.