\v 26 ເມື່ອຂີ້ລັກນັ້ນຖືກຈັບຍ່ອມລະອາຍສັນໃດ, ເຊື້ອສາຍຂອງອິດສະຣາເອນກໍຈະລະອາຍສັນນັ້ນ—ທັງຕົວເຂົາ, ກະສັດ, ເຈົ້ານາຍ, ປະໂລຫິດ, ແລະຜູ້ປະກາດພຣະທັມຂອງເຂົາ. \v 27 ຄົນເຫລົ່ານີ້ ທີ່ເວົ້າກັບຕົ້ນໄມ້ວ່າ, ‘ທ່ານເປັນພໍ່ຂອງຂ້ານ້ອຍ,’ ແລະເວົ້າກັບກ້ອນຫີນວ່າ, ‘ທ່ານເປັນຜູ້ໃຫ້ກຳເນີດຂອງຂ້ານ້ອຍ.’ ຍ້ອນເຈົ້າປະຖິ້ມເຮົາ ແລະ ບໍ່ຕ່າວມາຫາເຮົາ. ແຕ່ເມື່ອເຈົ້າຕົກທຸກໄດ້ຍາກ ພວກເຈົ້າກ່າວ່າ, 'ຂໍຊົງລຸກຂື້ນຊ່ວຍພວກຂ້ານ້ອຍທັງຫລາຍໃຫ້ພົ້ນແດ່ທ້ອນ.’ \v 28 ແລ້ວບັນດາພະຂອງເຈົ້ານັ້ນຢູ່ໃສ ຊຶ່ງເປັນພະທີ່ເຈົ້າສ້າງໄວ້ສຳລັບຕົວເອງ? ຖ້າມັນຊ່ວຍເຈົ້າໃຫ້ພົ້ນໄດ້ ກໍຈົ່ງໃຫ້ມັນຊ່ວຍຕີ້, ເມື່ອເຖີງເວລາຕົກທຸກໄດ້ຍາກຂອງເຈົ້າ, ຊາວຢູດາເອີຍ ພວກເຈົ້າເມືອງຕ່າງໆຫລາຍເທົ່າໃດ ເຈົ້າກໍມີພະຫລາຍທໍ່ນັ້ນ!