\v 11 ພວກເຂົາໄດ້ຮັກສາບາດແຜແຫ່ງປະຊາຊົນຂອງເຮົາແຕ່ພຽງເລັກນ້ອຍ, ກ່າວວ່າ ‘ສັນຕິສຸກ, ສັນຕິສຸກ,’ ໃນເມື່ອບໍ່ມີສັນຕິສຸກເລີຍ. \v 12 ພວກເຂົາອັບອາຍຫລືບໍເມື່ອຍເຂົາເຮັດການຫນ້າກຽດຊັງ? ພວກເຂົາອັບອາຍເລີຍ; ພວກເຂົາບໍ່ຮູ້ຈັກອັບອາຍເລີຍ! ເພາະສະນັ້ນ ພວກເຂົາຈະລົ້ມລົງທ່າມກາງພວກທີ່ລົ້ມແລ້ວ, ພວກເຂົາຈະລົ້ມຄວໍ້າລົງເມື່ອເຮົາລົງໂທດເຂົາທັງຫລາຍ, ພຣະຢາເວກ່າວດັ່ງນີ້ແຫລະ. \v 13 ເຮົາຈະເອົາພວກເຂົາອອກໄປຢ່າງສີ້ນເຊີງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຄືອອະງຸ່ນຈະບໍ່ມີຫມາກ ຫລື ຕົ້ນຫມາກເດື່ອເທດບໍ່ມີຜົນ. ໃບກໍຈະຫ່ຽວແຫ້ງໄປ, ແລະ ສິ່ງໃດທີ່ເຮົາໃຫ້ພວກເຂົາກໍຈະສູນຫາຍໄປຈາກພວກເຂົາ.”