\v 3 ປະຊາຊາດຫນຶ່ງອອກຈາກທິດເຫນືອໄດ້ມາຕໍ່ສູ້ເມືອງນັ້ນ ຊຶ່ງຈະເຮັດໃຫ້ແຜ່ນດິນຂອງນາງເປັນທີ່ຮົກຮ້າງ. ຈະບໍ່ມີຈັກຄົນຫນຶ່ງອາໄສໃນນັ້ນ, ທັງມະນຸດແລະສັດຈະຫນີໄປຫມົດ. \v 4 ນີ້ເປັນຄຳປະກາດຂອງພຣະຢາເວກ່າວວ່າ, ໃນວັນເຫລົ່ານັ້ນ ແລະໃນເວລານັ້ນ ປະຊາຊົນອິດສະຣາເອນ ແລະປະຊາຊົນຢູດາຈະມາລວມກັນເພື່ອໄປດ້ວຍກັນຮ້ອງໄຫ້ຮ່ຳໄຮ ແລະສະແຫວງຫາພຣະຢາເວພຣະເຈົ້າຂອງພວກເຂົາ. \v 5 ພວກເຂົາຈະຖາມຫາທາງໄປຊີໂອນໂດຍຫັນຫນ້າຊື່ໄປເມືອງນັ້ນ, ກ່າວວ່າ, ພວກເຮົາຈະໄປ ແລະຕິດສະນິດກັບພຣະຢາເວໂດຍເຮັດຄຳຫມັ້ນສັນຍາຕະຫລອດໄປເປັນນິດ ຊຶ່ງຈະບໍ່ລືມເລີຍ.”